tohlaopicture

ໂຕະລາວ ແມ່ນຫຍັງ ?

ໂຕະລາວ ແມ່ນພື້ນທີ່ເຮັດວຽກຮ່ວມກັນແບບໃຫມ່ໃນໃຈກາງນະຄອນຫລວງວຽງຈັນ,ຕັ້ງຢູ່ໃຈກາງເມືອງ ກົງກັນຂ້າມກັບ ໂຮງແຮມ Best Western ແລະ ຮ້ານອາຫານ ຟູຈິ 1. ໂຕະລາວເປັນບ່ອນ ເຮັດວຽກທີ່ເອື້ອເຟື້ອຄວາມສະດວກສະບາຍ ແລະ ຄວາມຄິດລິເລີ່ມສ້າງສັນ ໃຫ້ການເຮັດວຽກ ຂອງທ່ານ. ທ່ານໃດທີ່ພວມຊອກຫາບ່ອນນັ່ງເຮັດວຽກ, ໂຕະລາວຖືວ່າເຫມາະ ສົມສຳລັບທ່ານ. ໂຕະລາວ ສ້າງຂື້ນມາ ແບບລຽບງ່າຍ ເພື່ອໃຫ້ຫຼາຍໆຄົນຈາກຫຼາຍສາຂາ ອາຊີບມາເຮັດວຽກ ຮ່ວມກັນ ແລະຮູ້ຈັກກັນ ແລກປ່ຽນຄວາມຄຶດເຫັນເຊຶ່ງກັນແລະກັນ ແລະ ສ້າງໃຫ້ໂຕະລາວເປັນ ອົງກອນທີ່ມີຄຸນນະພາບ ແລະຊ່ວຍເຫຼືອກັນໃນທຸກສາຂາອາຊີບໃຫ້ປະສົບຜົນສຳເລັດໄປດ້ວຍກັນ.